ສະມັກແພັກເກັດແລ້ວບໍ່ໄດ້ແພັກເກັດ
ID ແມ່ນຫຍັງ!!!?
ເນັດຂອງຫມູ່ຂ້ອຍລາວມັກຫຼຸດ ລາວຈຶ່ງໄດ້ໂທໄປຫາສູນບໍລິການເພື່ອຢາກຖາມເຖິງບັນຫາ ແຕ່ເມື່ອໂທໄປແລ້ວ ປາກົດວ່າບໍ່ມີພະນັກງານຮັບສາຍ (2-3 ມື້ກ່ອນໜ້ານີ້) ມື້ນີ້ລາວຈຶ່ງໄດ້ມາປຶກສາຂ້ອຍ ຂ້ອຍກໍເລີຍອາສາຊິລອງໂທໃຫ້ເບິ່ງ!!
ປ.ລ ຂ້ອຍຢາກຮູ້ວ່າ ID ຂອງເພິ່ນແມ່ນຫຍັງ ອະທິບາຍໃຫ້ຂ້ອຍແນ່ໄດ້ບໍ່ ໃຜທີ່ຮູ້ນະ!! ເພາະວ່າຕາມທີ່ເຄີຍໃຊ້ອິນເຕີເນັດມາ ຖ້າເນັດມີບັນຫາ ເພິ່ນຈະກວດ IP ຫຼືເບີໃຫ້ບໍ່ແມ່ນຫວາ?!!!
ເຂົານັບເປັນເດືອນ!
ມີໝູ່ຜູ່ນຶ່ງ ລາວໄປໃຊ້ບໍລິການອີກເຄືອຂ່າຍນຶ່ງ ຂຶ້ນຕົ້ນດ້ວຍເລກ 2, ໃນບໍລິການ Internet SIM ສຳລັບຫຼິ້ນເນັດໃນມືຖື. ຕາມແພັກເກດຄື 1 ເດືອນ 50,000 ກີບ ລາວເຫັນວ່າຖືກດີ ຈຶ່ງຮີບຟ້າວໄປຈ່າຍເງິນ ແລ້ວເອົາມາໃຊ້ ພໍໃຊ້ໄປ 5 ວັນ ປາກົດວ່າໃຊ້ບໍ່ໄດ້ອີກ
ເມື່ອໂທໄປຖາມ ພະນັກງານເຂົາບອກວ່າ 1 ເດືອນ ແມ່ນນັບຈາກ ວັນທີ 1 ເຖິງວັນທີ 30 ເທົ່ານັ້ນ. ລາວຈຶ່ງນຶກຂຶ້ນໄດ້ວ່າ ລາວເຂົ້າໄປຈ່າຍເງິນວັນທີ່ 25 ມັນໃກ້ ວັນທີ່ 30 ແລ້ວ
ເຮີ໋……………………..
ສະໝັກໄດ້ສະເພາະວັນຈັນ
ເລື່ອງມັນມີຢູ່ວ່າຢາກລອງສະໝັກແພັກເກັດ 3G ລາຍອາທິດຂອງເຄືອຂ່າຍທີ່ເປັນຊື່ເປັນໂຕ U ຂຶ້ນໜ້າ
ເນື້ອໃນການສົນທະນາມີຢູ່ວ່າ:
C: ດຽວນ້ອງເບິ່ງໃຫ້ ຖືສາຍຖ້າບຶດນຶ່ງກ່ອນເນາະອ້າຍ
ເວລາຜ່ານໄປພຽງອຶດໃຈດຽວ (ແຕ່ມັນກະດົນໜ້ອຍນຶ່ງ)…
C: ແພັກເກັດສາມຈີລາຍອາທິດແມ່ນໄດ້ໃຊ້ຟຣີ 2.5GB ເນາະອ້າຍ
T: ອ້າວແມ່ນຫວາ ຂ້ອຍສະໝັກຄືວ່າໄດ້ແຕ່ 1.5GB ແຖມເງິນຍັງເຫຼືອຢູ່ໃນບັນຊີອີກ 30ພັນ
C: ອ້າຍສະໝັກມື້ໃດນະອ້າຍ?
T: ສະໝັກປະມານວັນພະຫັດນິລະຖ້າຈື່ບໍ່ຜິດ
C: ເບີສາມຈີອ້າຍເບີຫຍັງເນາະດຽວນ້ອງຊິກວດເບິ່ງໃຫ້
T: 9xxxxxxx
C: ອ້າຍສະໝັກວັນພະຫັດເນາະ
T: ອືມ.. ແຕ່ວ່າມັນຄືໄດ້ແຕ່ 1.5ກິກຊັ້ນນະ
C: ຖືສາຍຖ້າບຶດນຶ່ງເນາະອ້າຍ
(ແລະເພິ່ນກໍອອກໄປລົມກັນທາງຫຼັງແຕ່ແຮງເຕີບຈົນໄດ້ຍິນ ແລ້ວກໍກັບມາຕອບ)
C: ຄືວ່າອ້າຍສະໝັກກາງອາທິດລະບົບກໍເລີຍໃຫ້ໄດ້ແຕ່ 1.5GB ບໍ່ແມ່ນວ່າສະໝັກມື້ໃດກໍໄດ້ພາຍໃນ 1 ອາທິດແລ້ວຈະໄດ້ເຕັມຕາມຈຳນວນ ອ້າຍຕ້ອງສະໝັກວັນຈັນຂອງອາທິດນັ້ນໆຈິ່ງໄດ້ເຕັມຈຳນວນເນາະອ້າຍ
*(o.O ອຶ້ງກັບຄຳຕອບຫຼາຍເຕີບ)ແລ້ວກໍວ່າຄືນໄປ
T: ເອີ່…ຄືບໍ່ເຫັນໃຜບອກຂ້ອຍເລື່ອງນີ້ແດ່ຊັ້ນນະ ເລື່ອງຕ້ອງສະໝັກວັນຈັນຈິ່ງໄດ້ເຕັມຈຳນວນ
C: ພວກຢູ່ເຄົາເຕີ້ບໍ່ໄດ້ບອກອ້າຍຫວາ?
T: ບໍ່ມີໃຜບອກຂ້ອຍເລີຍຈັກຄົນ ຂ້ອຍໄປຊື້ກໍມີແຕ່ເອົາເບີໃຫ້ແລ້ວກໍພາກັນມິດ, ມັນບໍ່ແມ່ນແຕ່ເທົ່ານັ້ນເນາະ ແພັກເກັດອື່ນກໍເປັນຄືກັນ ຂ້ອຍສະໝັກໂຕລາຍເດືອນສອງແສນກີບກໍໄດ້ບໍ່ຄົບຄືກັນ (ກໍເລີຍສວນກັບໄປ) ຂໍແນະນຳແດ່ຈັກໜ່ອຍເນາະ ຖ້າວ່າບໍ່ບອກລູກຄ້າແບບນີ້ ເວລາລູກຄ້າຄົນອື່ນສະໝັກແລ້ວໄດ້ບໍ່ເຕັມ ເຂົາເຈົ້າກໍຊິຖາມວ່າ ແລ້ວເປັນຫຍັງທີ່ໂຄສະນາໄປວ່າໄດ້ເທົ່ານັ້ນເທົ່ານີ້ ບາດສະໝັກໄປແລ້ວບໍ່ໄດ້ຕາທີ່ໂຄສະນາ ຖ້າພະນັກງານບໍ່ບອກແລ້ວໃຜຈະຮູ້ວ່າຕ້ອງສະໝັກທຸກໆວັນຈັນຂອງແຕ່ລະອາທິດ ຫຼືວ່າ ຕ້ອງສະໝັກທຸກໆຕົ້ນເດືອນ ຈິ່ງໄດ້ເຕັມຈຳນວນ ອັນນີ້ຂໍໃຫ້ກັບໄປລວມກັນໃໝ່ເລື່ອງນີ້ແດ່ເນາະ
C: ເຈົ້າໆ ຂອບໃຈຫຼາຍໆເດີອ້າຍ
ບໍລິການກິນເງິນ 8888
ເລື່ອງມັນມີຢູ່ວ່າ ໂທລະສັບ ທີ່ບໍ່ໄດ້ໂທ, ບໍ່ໄດ້ຫລີ້ນເນັດ ແລະ ບໍ່ໄດ້ສົ່ງຂໍ້ຄວາມ ມັນຊິກິນເງີນໄດ້ຈັ່ງໄດ໋
ແຕ່ມັນກິນໄປແລ້ວ ເອີ້ນໄດ້ວ່າໂກງກັນເຫັນໆ ມັນບໍ່ໄດ້ແມ່ນຄັ້ງທຳອິດທີ່ຮູສຶ
ຈຸດເລີ່ມ: ມັນມີຢູ່ວ່າມື້ໜື່ງທາງສູນໄດ້ສັ່ງຂໍ້ຄວາມໂປຣໂມຣຊັ່ນ ສຸດພິດເສດໃຫ້ແກ່ບັນດາລູກຄ້າທີ່ຮັກແພງວ່າ ມີບໍລິການທີ່ຕ້ອງໄດ້ເສຍຄາທຳນຽມມື້ລະ 99 ກີບ ເພື່ອລຸ້ນເງີນມູນຄ່າໂທອັນສຸດຫລາຍ ແລະ ເສື້ອ ຍືດທີ່ມີສະໄຕຣ ແລະ ອື່ນໆ ແລ້ວແຕ່ສູນຊິແຈກ
ໂອ້ຄຸ້ມເວີຍ ບໍ່ລົມຍາວສະມັກ ພິມ sokdee ແລະ ສົ່ງໄປ 8888 ແລະໄດ້ຂໍ້ຄວາມວ່າ Thank you ອັນສຸດຊື້ງຈາກທາງສູນ
ຈົນຕໍ່ມາຮູ້ສຶກລຳຄານກັບການບໍ່ Win ຂອງລາງວັນເລີຍຈັກອັນ ແລະຕ້ອງເສຍເງີນ 99 ກີບທຸກມື້ ຈຶງຄິດວ່າເຊົາໃຊ້ບໍລິການດີກ່ວາ…..ໂດຍພິດ Der ໄປທີ່ 8888
ຕອບມາຄັກແນ່ວ່າທານໄດ້ຍຸດໃຊ້ບໍລິການເປັນທີ່ຮຽບຮ້ອຍແລ້ວ ເປັນພາສາປະກິດ ເຍ້່ມັນຊິບໍ່ໄດ້ກິນເງີນເຮົາອີກຕໍ່ໄປ….ຈົນຜ່ານໄປຫລາຍຈົນສັງເກດເຫັນວ່າເງີນມັນຄືຫລຸດໆ ລົງເລື້ອຍໆຫວະກະບໍ່ໄດ້ໂທຣໄປໃສນາ
ຕິດຕາມຈົນຮູ້ວ່າມັນຍັງກິນເງີນເຮົາຢູ່ເລີຍຕ້ອງໂທຫາສູນຢ່າງດ່ວນ
call center: ສະບາຍດີ ນາງສົມມຸດ ຮັບສາຍມີຫຍັງໃຫ້ຊວຍເນາະ
me: ເອື້ອຍ(ບໍ່ຮູ້ອາຍຸເອີ້ນເອື້ອຍໄວ້ກ່ອນ)ຢາກຮູ້ວ່າໂທລະສັບນ້ອງນິໃຊ້ບໍລິການອີຫຍັງແດ່ເນາະມັນຄືວ່າມາຕັດເງີນນ້ອງດຸແທ້
ເລີ່ມແຕ່ວັນທີ 16
ວັນທີ 11 ຂອງເດືອນແລ້ວ ໄປຕິດຕັ້ງອິນເຕີເນັດຢູ່ສູນ, ຕອນນັ້ນຈ່າຍເງິນໃຫ້ພະນັກງານ 403,000 ກີບ ເນັດ 256
ເພີ່ນໄລ່ໃຫ້ແມ່ນເລີ່ມແຕ່ວັນທີ 16 ໄປວ່າຊີ້ເດ!
ບາດນີ້ມາວ່າອິນເຕີເນັດໃຊ້ບໍ່ໄດ້ ກໍເລີຍໂທໄປຫາ 131 ວ່າອິນເຕີເນັດຂ້ອຍຍັງໃຊ້ບໍ່ໄດ້ເທື່ອເດີ!
ຕໍ່ມາ 2 ມື້ພະນັກງານຈາກສູນເພີ່ນກໍມາເບິ່ງໃຫ້ ແລ້ວກໍບອກວ່າ ມັນບໍ່ມີສັນຍານໂທລະສັບເຂົ້າມາເຮືອນຂ້ອຍ! ເອົາໂທລະສັບມາລອງເບິ່ງ ກະບໍ່ມີສັນຍານຄືວ່າອີ່ຫຼີ.
ອ້າຍພະນັກງານກໍເລີຍໂທໄປແຈ້ງ 135 ອີ່ຫຍັງນີ່ແຫລະ! ວ່າມາເບິ່ງສາຍໂທລະສັບໃຫ້ແນ່ ກໍບອກທີ່ຢູ່ພ້ອມເບີໂທຄັກແນ່ນໍ…
- right
131 ເທບ ອີກ ແລ້ວໆໆໆ( ຕໍ່ )
ຕໍ່ຈາກ http://ccthep.com/2010/04/06/131 ເທບ ອີກ ແລ້ວໆໆໆ/
…ໄປຮອດ ສູນນ້ຳພຸເວລາ 2:30 PM
me: ເປັນຫຍັງສະປີດເນັດ ຂ້ອຍຄືບໍ່ຂຶ້ນ ຍັງ 256 ຄືເກົ່າ, ໂທຫາ ແຕ່ວານນີ້ 2-3 ເທື່ອ ມື້ນີ້ກໍເທື່ອນຶ່ງ ຫວ່າງສວາຍນີ້ 131 ບອກວ່າຂຶ້ນນໃຫ້ລະ ແຕ່ມັນຍັງຄືເກົ່າ
ພ/ງ: ເບີຫຍັງອ້າຍຈະກວດສອບເບິ່ງ ….. ໂອ ຍັງ 256 ຢູ່, ຊັ້ນຈະບອກ ຝ່າຍເຕັກນິກໃຫ້
…ຜ່ານໄປ 10 ນາທີ
ພ/ງ: ສະປີດເພີ່ມຂື້ນລະເດີ້ ມາເບິ່ງຢູ່ຈໍແມ
me: ອື ມັນເປັນ 512 ລະ ຂອບໃຈເດີ້
…ແລ້ວຂ້ອຍກະໄປວຽກຕໍ່ (ທຳອິດ ຢູ່ຈໍ ເປັນ256 ດຽວນີ້ເປັນ 512 ແລ້ວ)
ເວລາ 6:00 PM ລອງມາຕໍ່ເນັດໃຫມ່ເບິ່ງ … 256 ຄືເກົ່າ -*-
ໂທຫາ 131 … ແຕ່ປາກົດວ່າ ” ທ່ານ ບໍ່ສາມາດ ໂທໄດ້… “
ສຸດທ້າຍມື້ນີ້ກໍຍັງ 256 ຄືເກົ່າ -*-
(to be continued)
- P
HSPA 14 Mbps!!
ເລື່ອງມັນເກີດວານນີ້ ວັນທີ 3.3.2010 ຫຼັງຈາກທີ່ຮູ້ວ່າເພິ່ນອັບຄວາມໄວເນັດຂຶ້ນຮອດ 14 ເມັກ (ລວງຕາ) ເຮົາກໍເລີຍລອງສະປີດຈັກບາດ ແຕ່..ໂອ້ວ ພະເຈົ້າ ມັນຊ່າງເທບ ຄວາມໄວບໍ່ຮອດເມັກ!! ເຮົາກໍເລີຍໂທໄປ 131 ບົດສົນທະນາມີຢູ່ວ່າ:
T: ຂໍຖາມແນ່ເນາະ ເປັນຫຍັງເນັດ HSPA ຄືວ່າມາຊ້າແທ້ ຂ້ອຍລອງສປີດ ໄດ້ບໍ່ຮອດເມັກ
131: ໂອ່..ແມ່ນຫວາອ້າຍ, ຄືວ່າເພິ່ນອັບເກຣດເປັນ 14 ເມັກລະໃດ໋ອ້າຍ
T: ແມ່ນຫວາ, ຊັ້ນຄວາມໄວຄືບໍ່ໄດ້ຮອດເມັກຊັ້ນນະ
131: ອືມມ…ເນັດໂຕນີ້ມັນເປັນແບບ share ນະອ້າຍ ມັນຈະແບ່ງຕາມຈຳນວນຄົນທີ່ໃຊ້ໃນເຂດນັ້ນໆ ທີ່ກຳລັງໃຊ້ຢູ່
T: ແລ້ວເຂດທີ່ຂ້ອຍຢູ່ມີຄົນໃຊ້ຈັກຄົນ??
131:………(ມິດໄປດົນເຕີບ) ອ້າຍຢາກຮູ້ດຽວນ້ອງຈະຖາມຫົວໜ້າໃຫ້
T: ໄດ້ ຖາມໃຫ້ແດ່
131:…… (ມິດໄປດົນເຕີບ)
T: ຊັ້ນກະຂໍໃຫ້ຄຳເຫັນແນ່ຈັກໜ້ອຍນຶ່ງເນາະ, ກ່ອນໜ້ານີ້ ທີ່ໂຄສະນາວ່າໄດ້ 7 ເມັກ ແຕ່ໃຊ້ແທ້ໆ ໄດ້ປະມານ 1 ເມັກ ຫາ 2 ເມັກ ເພິ່ນກໍເກັບຄ່າບໍລິການ 340,000 ແຕ່ວ່າ ເວລາເພີ່ມຄວາມໄວເປັນ 14 ເມັກ ແຕ່ໃຊ້ແທ້ໆ ໄດ້ບໍ່ຮອດເມັກ ແນວນີ້ສົມຄວນທີ່ຈະຂຶ້ນຄ່າບໍລິການ 6 ແສນ ອັນນີ້ສົມຄວນຂຶ້ນບໍ? ຄວາມໄວເນັດຊ້າກ່ອນໂຕເກົ່າ ແຕ່ເກັບຄ່າບໍລິການສູງຂຶ້ນ ອັນນີ້ສົມຄວນຂຶ້ນຫຼືບໍ່ ລອງໄປປຶກສາກັນໃໝ່ເບິ່ງເນາະ.
131: ເຈົ້າ (ຄຳດຽວສັ້ນໆ)
T: ເອີ່…ມີອີກຢ່າງນຶ່ງ ທີ່ວ່າເພີ່ມຄວາມໄວເປັນ 14 ເມັກນິ ແລ້ວວັນທີ 1 ເດືອນ 3 ໃດ໋ເນາະ?
131: ເຈົ້າແມ່ນແລ້ວ
T: ອືມມ ຄືວ່າແນວນີ້ ມື້ທຳອິດທີ່ລອງສະປີດເນັດຫວ່າງສວາຍ ຄວາມໄວຂຶ້ນຮອດ 3.59 ເມັກ ແຕ່ວ່າ ຕອນແລງມາ ຄວາມໄວໄດ້ແຕ່ ເມັກປາຍ ຫາ ສອງເມັກ, ບາດຮອດຕອນເດິກໆມານິ ໄດ້ບໍ່ຮອດເມັກ, ອັນນີ້ເປັນນຳຫຍັງນໍ້?
131: ໂອ…ແມ່ນຫວາອ້າຍ, ຊັ້ນດຽວນ້ອງຈະໄປສອບຖາມນຳພາກສ່ວນກ່ຽວຂ້ອງກ່ອນເນາະ ແລ້ວນ້ອງຈະຕິດຕໍ່ກັບຫາອ້າຍໃໝ່ ເບີອ້າຍເບີຫຍັງເນາະ ເບີທີ່ຕິດຕໍ່ຫາໄດ້
T: (ແລ້ວກໍບອກເບີໄປ) ແລ້ວຈະຖ້າຟັງຄຳຕອບເນາະ.
131: ເຈົ້າ ຂອບໃຈທີ່ໃຊ້ບໍລິການ
..ເວລາຜ່ານໄປ 1 ຊົ່ວໂມງກະຍັງບໍ່ໂທກັບ ຈັນຮອດມື້ນີ້ຍັງມິດຈີ່ຫຼີ່ ແຖມເນັດກະຊ້າລົງ ຊ້າລົງ
ເຮີ່…ເນັດ 14 ເມັກ
(to be continued)
- T
131 ເທບ ອີກ ແລ້ວໆໆໆໆໆໆໆ
ເລື່ອງມີຢູ່ວ່າ: ວັນທີ 3/3/2010 ເວລາ 3 ໂມງສວາຍ ຂ້ອຍຕ້ອງການອັບສະປີດ ADSL ຈາກ 256 ເປັນ 512 ກໍໄປສູນນ້ຳພຸ ຂໍເພີ່ມ + ຈ່າຍເງິນ ແລ້ວລະ ເຂົາບອກ ອີກ 1 ຊົ່ວໂມງໄດ້
- ກັບມາບ້ານ ພໍຮອດ 4:30 PM ກໍ່ລອງ ຕໍ່ເນັດເບິ່ງ ກໍຍັງ 256 -*- ໂທຫາ 131 ເຂົາຖາມ ເບີເທົ່າໃດນໍ້ ກ່ອນຫນ້ານັ້ນໃຊ້ເທົ່າໃດ ເພີ່ມເທົ່າໃດ ດຽວຈະກວດເບິ່ງຄືນ
-5:00 PM ຕໍ່ໃຫມ່ກໍຍັງ 256 ກໍເລີຍໂທ 131 ເຂົາວ່າ ເພີ່ມເປັນເທົ່າໃດ ເບີໃດ ຈະພົວພັນຝ່າຍເຕັກນິກໃຫ້
-5:30 PM ກໍຍັງ 256 ເລີຍໂທ 131 ເຂົາຖາມຊ້ຳ ເບີໃດອ້າຍ ເພີ່ມເປັນ 512 ຫວາ ສົງໃສ ເອກະສານຍັງບໍ່ຮອດຝ່າຍເຕັກນິກ ຢ້ານເຂົາລວມນະອ້າຍ ເອົາເປັນ ນ້ອງຈະຮັບເລື່ອງໄວ້ເປັນພິເສດ ມື້ອື່ນ ຈະຈັດການໃຫ້
- ວັນທີ 4/3/2010 ເວລາ 10:00 AM ລອງຕໍ່ເນັດໃຫມ່ ກໍຍັງ 256 -*-
- 11:00 AM ໂທຫາ 131 ບອກເຂົາ ຂ້ອຍຢາກແຈ້ງເລື່ອງ ເພີ່ມຄວາມໄວນະ ຍັງບໍ່ໄດ້ປານນີ້ ເຂົາຖາມວ່າ ເບີໃດອ້າຍ ເພີ່ມເປັນເທົ່າໃດ 512 ຫວາ ມັນກໍໄດ້ແລ້ວໃດ, ຂ້ອຍຟັງແລ້ວບອກວ່າຢູ່ພີ້ຍັງ 256 ຄືເກົ່າ , 131 ຕອບກັບ ຊັ້ນນ້ອງຈະພົວພັນຝ່າຍເຕັກນິກໃຫ້ເດີ້
- 2:00 PM ລອງຕໍ່ເນັດໃຫມ່ ກໍຍັງ 256 -*- ຂ້ອຍຈະອອກໄປສູນມັນກ່ອນ ມັນຈະວ່າແນວໃດ ໄປກ່ອນໆໆໆ
(to be continued)
- P
ເນັດ Unlimited ມັນມີ Limit
131: ລະບຽບທີ່ເຮົາຈະອອກມາໃໝ່ນີ້ຄືວ່າ ເປັນ home user ຄວາມໝາຍຄືໃຊ້ສົ່ງເມລຮັບເມລແມ່ນຫຍັງປົກກະຕິ ແລ້ວກໍດາວໂຫລດພໍປະມານ ອັນນີ້ຖ້າເຈົ້າໃຊ້ລະດັບເຖິງຂັ້ນດາວໂຫລດໜັງ ພວກເຮົາກໍມີການບີບ bandwidth ໄວ້ ເຊິ່ງພວກເຮົາຈະໃຊ້ໃນປະລິມານທີ່ພໍເໝາະ
me: ຄັນວ່າໃຫ້ໃຊ້ໃນປະລິມານທີ່ພໍເໝາະ …. (ເວົ້າບໍ່ທັນສຸດພະນັກງານ 131 ຕັດຄວາມ)
131: ລອງເບິ່ງວ່າໃນລະດັບ 2mbps ຄັນຖ້າ unlimited ໂດຍບໍ່ມີການບັງຄັບຫຍັງໄວ້ເລີຍນີ້ ແນ່ນອນວ່າທຸກຄົນຈະບໍ່ມີໃຜໃຊ້ລະບົບໂຕອື່ນ ທຸກຄົນໃຜກໍຊິມາ HSPA ຢູ່ແລ້ວ ສະນັ້ນໃນການໃຊ້ HSPA ມັນເປັນ home user ເຮົາຕ້ອງມີການ limit ໃນຂໍ້ກຳນົດທີ່ແນ່ນອນຂອງເຮົາຢູ່ ແຕ່ວ່າເຮົາບອກວ່າ unlimited ຂອງເຮົາທີ່ເວົ້ານີ້ ຄວາມໝາຍຄືໃນພໍທີ່ປະມານ ບໍ່ແມ່ນເຖິງຂັ້ນທີ່ເອົາເຖິງຂັ້ນທີ່ວ່າທຸກຄົນເຮັດໄດ້ຊ່ຳນັ້ນແທ້ໆ
me: ແລ້ວຄຳວ່າ unlimited ນີ້ພາສາລາວແປວ່າຫຍັງ?
131: ບໍ່ຈຳກັດ
me: ບໍ່ຈຳກັດ ແລ້ວບາດນີ້ມີພໍປະມານອີກ ແລ້ວຕົກລົງວ່າອັນຄຳວ່າ “ບໍ່ຈຳກັດ” ກັບຄຳວ່າ “ພໍປະມານ” ນີ້ມັນອັນດຽວກັນຫວາ?
131: ບໍ່ຈຳກັດໃນລະດັບໃນການໃຊ້ງານປົກກະຕິ ແຕ່ອັນນີ້ຖ້າເຈົ້າເອົາໄປໃຊ້ເຖິງຂັ້ນລະດັບນີ້ ມັນກໍຜິດປົກກະຕິພວກເຮົາກໍມີການບີບ ພວກເຮົາຕັ້ງໂປຣແກຣມໄວ້ວ່າ ທຸກຄົນທີ່ໃຊ້ງານເຂົ້າໄປເຮົາຈະໃຫ້ໃຊ້ງານເຖິງລະດັບນີ້ກໍພໍເນາະ ເຈົ້າໃຊ້ເກີນມັນກໍຕັດ ມັນກໍຖືກຕ້ອງແລ້ວ
…
(to be continued)
- BN






















COM. All Rights Reserved.
Recent Comments