ເລື່ອງມັນເກີດວານນີ້ ວັນທີ 3.3.2010 ຫຼັງຈາກທີ່ຮູ້ວ່າເພິ່ນອັບຄວາມໄວເນັດຂຶ້ນຮອດ 14 ເມັກ (ລວງຕາ) ເຮົາກໍເລີຍລອງສະປີດຈັກບາດ ແຕ່..ໂອ້ວ ພະເຈົ້າ ມັນຊ່າງເທບ ຄວາມໄວບໍ່ຮອດເມັກ!! ເຮົາກໍເລີຍໂທໄປ 131 ບົດສົນທະນາມີຢູ່ວ່າ:
T: ຂໍຖາມແນ່ເນາະ ເປັນຫຍັງເນັດ HSPA ຄືວ່າມາຊ້າແທ້ ຂ້ອຍລອງສປີດ ໄດ້ບໍ່ຮອດເມັກ
131: ໂອ່..ແມ່ນຫວາອ້າຍ, ຄືວ່າເພິ່ນອັບເກຣດເປັນ 14 ເມັກລະໃດ໋ອ້າຍ
T: ແມ່ນຫວາ, ຊັ້ນຄວາມໄວຄືບໍ່ໄດ້ຮອດເມັກຊັ້ນນະ
131: ອືມມ…ເນັດໂຕນີ້ມັນເປັນແບບ share ນະອ້າຍ ມັນຈະແບ່ງຕາມຈຳນວນຄົນທີ່ໃຊ້ໃນເຂດນັ້ນໆ ທີ່ກຳລັງໃຊ້ຢູ່
T: ແລ້ວເຂດທີ່ຂ້ອຍຢູ່ມີຄົນໃຊ້ຈັກຄົນ??
131:………(ມິດໄປດົນເຕີບ) ອ້າຍຢາກຮູ້ດຽວນ້ອງຈະຖາມຫົວໜ້າໃຫ້
T: ໄດ້ ຖາມໃຫ້ແດ່
131:…… (ມິດໄປດົນເຕີບ)
T: ຊັ້ນກະຂໍໃຫ້ຄຳເຫັນແນ່ຈັກໜ້ອຍນຶ່ງເນາະ, ກ່ອນໜ້ານີ້ ທີ່ໂຄສະນາວ່າໄດ້ 7 ເມັກ ແຕ່ໃຊ້ແທ້ໆ ໄດ້ປະມານ 1 ເມັກ ຫາ 2 ເມັກ ເພິ່ນກໍເກັບຄ່າບໍລິການ 340,000 ແຕ່ວ່າ ເວລາເພີ່ມຄວາມໄວເປັນ 14 ເມັກ ແຕ່ໃຊ້ແທ້ໆ ໄດ້ບໍ່ຮອດເມັກ ແນວນີ້ສົມຄວນທີ່ຈະຂຶ້ນຄ່າບໍລິການ 6 ແສນ ອັນນີ້ສົມຄວນຂຶ້ນບໍ? ຄວາມໄວເນັດຊ້າກ່ອນໂຕເກົ່າ ແຕ່ເກັບຄ່າບໍລິການສູງຂຶ້ນ ອັນນີ້ສົມຄວນຂຶ້ນຫຼືບໍ່ ລອງໄປປຶກສາກັນໃໝ່ເບິ່ງເນາະ.
131: ເຈົ້າ (ຄຳດຽວສັ້ນໆ)
T: ເອີ່…ມີອີກຢ່າງນຶ່ງ ທີ່ວ່າເພີ່ມຄວາມໄວເປັນ 14 ເມັກນິ ແລ້ວວັນທີ 1 ເດືອນ 3 ໃດ໋ເນາະ?
131: ເຈົ້າແມ່ນແລ້ວ
T: ອືມມ ຄືວ່າແນວນີ້ ມື້ທຳອິດທີ່ລອງສະປີດເນັດຫວ່າງສວາຍ ຄວາມໄວຂຶ້ນຮອດ 3.59 ເມັກ ແຕ່ວ່າ ຕອນແລງມາ ຄວາມໄວໄດ້ແຕ່ ເມັກປາຍ ຫາ ສອງເມັກ, ບາດຮອດຕອນເດິກໆມານິ ໄດ້ບໍ່ຮອດເມັກ, ອັນນີ້ເປັນນຳຫຍັງນໍ້?
131: ໂອ…ແມ່ນຫວາອ້າຍ, ຊັ້ນດຽວນ້ອງຈະໄປສອບຖາມນຳພາກສ່ວນກ່ຽວຂ້ອງກ່ອນເນາະ ແລ້ວນ້ອງຈະຕິດຕໍ່ກັບຫາອ້າຍໃໝ່ ເບີອ້າຍເບີຫຍັງເນາະ ເບີທີ່ຕິດຕໍ່ຫາໄດ້
T: (ແລ້ວກໍບອກເບີໄປ) ແລ້ວຈະຖ້າຟັງຄຳຕອບເນາະ.
131: ເຈົ້າ ຂອບໃຈທີ່ໃຊ້ບໍລິການ
..ເວລາຜ່ານໄປ 1 ຊົ່ວໂມງກະຍັງບໍ່ໂທກັບ ຈັນຮອດມື້ນີ້ຍັງມິດຈີ່ຫຼີ່ ແຖມເນັດກະຊ້າລົງ ຊ້າລົງ
ເຮີ່…ເນັດ 14 ເມັກ
(to be continued)
- T






















COM. All Rights Reserved.
ຄວນຂຽນຄຳຮ້ອງຟ້ອງຫາຄະນະກຳມະການຄຸມຄອງອິນເຕີແນັດແຫ່ງຊາດເດີ ເພື່ອກວດສອບ
ແລະ ອົງການຄຸມຄອງຜູ້ບໍລິໂພກແຫ່ງຊາດ
01000 ຖະໜົນລ້ານ
ອົງການໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງຊາດ
ກອງເລຂາຄະນະກຳມະການຄຸ້ມຄອງອິນເຕີແນັດແຫ່ງຊາດ
kak nar ju call center h khue br mee khuam hu ni law
Thee jing Leo na air card thee Lao telecom or tam harn kha aow ma khaiy thua2 pai Hun na mii khuam wai soong sood tae 7.2Mb thao nun Leo! C hai mun up hod 14.4 Mb koc boc dai lork! Phuak Lao telecom mun tua pai Jung sun la..!