ເລື່ອງມັນມີຢູ່ວ່າຢາກລອງສະໝັກແພັກເກັດ 3G ລາຍອາທິດຂອງເຄືອຂ່າຍທີ່ເປັນຊື່ເປັນໂຕ U ຂຶ້ນໜ້າ
ກ່ອນສະໝັກກໍເຕີມເງິນໄປ 70 ພັນກີບ ແລ້ວກໍຈັດການສະໝັກແພັກເກັດ ຫຼັງຈາກເຮັດຕາມຂັ້ນຕອນຈົນຈົບ ເວລາກວດເບິ່ງຈຳນວນນຳໃຊ້ ໂອ້… ພະເຈົ້າ ມັນຄືໄດ້ແຕ່ 1.5GB (ແລ້ວທີ່ມັນໂຄສະນາວ່າແພັກເກັດເປັນອາທິດໄດ້ 2.5GB …ເພື່ອ?? ) ແຖມເງິນຍັງເຫຼືອໃນບັນຊີຕັ້ງ 30 ພັນກີບ ກໍລີຍໂທເຂົ້າໄປ 109
ເນື້ອໃນການສົນທະນາມີຢູ່ວ່າ:
ເນື້ອໃນການສົນທະນາມີຢູ່ວ່າ:
T: ເອີ່…ຂໍຖາມແດ່ເນາະວ່າແພັກເກັດສາມຈີລາຍອາທິດນິ ເວລາສະໝັກແລ້ວໄດ້ຈຳນວນນຳໃຊ້ເທົ່າໃດ?
C: ດຽວນ້ອງເບິ່ງໃຫ້ ຖືສາຍຖ້າບຶດນຶ່ງກ່ອນເນາະອ້າຍ
ເວລາຜ່ານໄປພຽງອຶດໃຈດຽວ (ແຕ່ມັນກະດົນໜ້ອຍນຶ່ງ)…
C: ແພັກເກັດສາມຈີລາຍອາທິດແມ່ນໄດ້ໃຊ້ຟຣີ 2.5GB ເນາະອ້າຍ
T: ອ້າວແມ່ນຫວາ ຂ້ອຍສະໝັກຄືວ່າໄດ້ແຕ່ 1.5GB ແຖມເງິນຍັງເຫຼືອຢູ່ໃນບັນຊີອີກ 30ພັນ
C: ອ້າຍສະໝັກມື້ໃດນະອ້າຍ?
T: ສະໝັກປະມານວັນພະຫັດນິລະຖ້າຈື່ບໍ່ຜິດ
C: ເບີສາມຈີອ້າຍເບີຫຍັງເນາະດຽວນ້ອງຊິກວດເບິ່ງໃຫ້
T: 9xxxxxxx
C: ອ້າຍສະໝັກວັນພະຫັດເນາະ
T: ອືມ.. ແຕ່ວ່າມັນຄືໄດ້ແຕ່ 1.5ກິກຊັ້ນນະ
C: ຖືສາຍຖ້າບຶດນຶ່ງເນາະອ້າຍ
(ແລະເພິ່ນກໍອອກໄປລົມກັນທາງຫຼັງແຕ່ແຮງເຕີບຈົນໄດ້ຍິນ ແລ້ວກໍກັບມາຕອບ)
C: ຄືວ່າອ້າຍສະໝັກກາງອາທິດລະບົບກໍເລີຍໃຫ້ໄດ້ແຕ່ 1.5GB ບໍ່ແມ່ນວ່າສະໝັກມື້ໃດກໍໄດ້ພາຍໃນ 1 ອາທິດແລ້ວຈະໄດ້ເຕັມຕາມຈຳນວນ ອ້າຍຕ້ອງສະໝັກວັນຈັນຂອງອາທິດນັ້ນໆຈິ່ງໄດ້ເຕັມຈຳນວນເນາະອ້າຍ
*(o.O ອຶ້ງກັບຄຳຕອບຫຼາຍເຕີບ)ແລ້ວກໍວ່າຄືນໄປ
T: ເອີ່…ຄືບໍ່ເຫັນໃຜບອກຂ້ອຍເລື່ອງນີ້ແດ່ຊັ້ນນະ ເລື່ອງຕ້ອງສະໝັກວັນຈັນຈິ່ງໄດ້ເຕັມຈຳນວນ
C: ພວກຢູ່ເຄົາເຕີ້ບໍ່ໄດ້ບອກອ້າຍຫວາ?
T: ບໍ່ມີໃຜບອກຂ້ອຍເລີຍຈັກຄົນ ຂ້ອຍໄປຊື້ກໍມີແຕ່ເອົາເບີໃຫ້ແລ້ວກໍພາກັນມິດ, ມັນບໍ່ແມ່ນແຕ່ເທົ່ານັ້ນເນາະ ແພັກເກັດອື່ນກໍເປັນຄືກັນ ຂ້ອຍສະໝັກໂຕລາຍເດືອນສອງແສນກີບກໍໄດ້ບໍ່ຄົບຄືກັນ (ກໍເລີຍສວນກັບໄປ) ຂໍແນະນຳແດ່ຈັກໜ່ອຍເນາະ ຖ້າວ່າບໍ່ບອກລູກຄ້າແບບນີ້ ເວລາລູກຄ້າຄົນອື່ນສະໝັກແລ້ວໄດ້ບໍ່ເຕັມ ເຂົາເຈົ້າກໍຊິຖາມວ່າ ແລ້ວເປັນຫຍັງທີ່ໂຄສະນາໄປວ່າໄດ້ເທົ່ານັ້ນເທົ່ານີ້ ບາດສະໝັກໄປແລ້ວບໍ່ໄດ້ຕາທີ່ໂຄສະນາ ຖ້າພະນັກງານບໍ່ບອກແລ້ວໃຜຈະຮູ້ວ່າຕ້ອງສະໝັກທຸກໆວັນຈັນຂອງແຕ່ລະອາທິດ ຫຼືວ່າ ຕ້ອງສະໝັກທຸກໆຕົ້ນເດືອນ ຈິ່ງໄດ້ເຕັມຈຳນວນ ອັນນີ້ຂໍໃຫ້ກັບໄປລວມກັນໃໝ່ເລື່ອງນີ້ແດ່ເນາະ
C: ເຈົ້າໆ ຂອບໃຈຫຼາຍໆເດີອ້າຍ

- T.A.M

COM. All Rights Reserved.
ອືມ ມັນກະຕັ້ງເປັນຊັ້ນລະ ຫມູ່ເຮົາສະຫມັກ packet 50.000 ໄດ້ 1GB ແຕ່ຫລິ້ນແທ້ບໍ່ຮອດ 200MB ເງິນກໍຫມົດລະ ໄປຖາມຢູ່ສູນ ມັນກໍບອກວ່າເງິນຫມົດລະເດະ ມີແຕ່ເຕີມໃຫມ່ແລ້ວກໍຫລິ້ນໄດ້ປົກກະຕິ @#$%^&*
ໂຄດເທບເລີຍ ເຮົາກະເຄີຍຖືກແບບອ້າຍນິກເວົ້າຄືກັນ ນ່ະ ມາ ກາຣັນຕຣີຄວາມເທບນຳ
ມີໝູ່ຂ້ອຍຜູ້ໜຶ່ງຄືກັນ ລາວໄປໃຊ່ບໍລິການອີກເຄືອຂ່າຍໜຶ່ງ ຂຶ້ນຕົ້ນດ້ວຍເລກ 2, ໃນບໍລິການ internet sim ສຳຫລັບຫຼິ້ນເນັດໃນມືຖື. ຕາມແພັກເກດຄື 1 ເດືອນ 50 ພັນກີບ, ລາວເຫັນວ່າຖືກດີ ຈິງຮີບຟ້າວໄປຈ່າຍເງິນ ແລ້ວເອົາມາໃຊ້ ພໍໃຊ້ໄປ 5 ວັນປະກົດວ່າໃຊ້ບໍ່ໄດ້, ເມື່ອໂທໄປຖາມ ເຂົາບອກວ່າ 1 ເດືອນ ແມ່ນນັບຈາກ ວັນທີ 1 ເຖິງວັນທີ 30 ເທົ່ານັ້ນ. ລາວຈຶ່ງນຶກຂຶ້ນໄດ້ວ່າ ລາວເຂົ້າໄປຈ່າຍເງິນວັນທີ່ 25
ເຮີ໋……………………………….
^
^
^
ພະນັກງານເຂົາໜ້າຈະແຈ້ງກ່ອນເນາະວ່ານັບແຕ່ມື້ໃດຫາມື້ໃດ
khoii law lum karn laiy un lin game u dd ka loud center ka br d tho pai law khue br dai hu y ni law. br tho d law sia arorm hao y hu laiy kon call center eek seng….+.+
test