post icon

ID ແມ່ນຫຍັງ!!!?

ເນັດຂອງຫມູ່ຂ້ອຍລາວມັກຫຼຸດ ລາວຈຶ່ງໄດ້ໂທໄປຫາສູນບໍລິການເພື່ອຢາກຖາມເຖິງບັນຫາ ແຕ່ເມື່ອໂທໄປແລ້ວ ປາກົດວ່າບໍ່ມີພະນັກງານຮັບສາຍ (2-3 ມື້ກ່ອນໜ້ານີ້) ມື້ນີ້ລາວຈຶ່ງໄດ້ມາປຶກສາຂ້ອຍ ຂ້ອຍກໍເລີຍອາສາຊິລອງໂທໃຫ້ເບິ່ງ!!

ເມື່ອໂທໄປແລ້ວ ພະນັກງານຮັບສາຍເປັນຜູ້ຊາຍ ເວົ້າກັບລູກຄ້າກໍບໍ່ມ່ວນຕັ້ງແຕ່ຮັບສາຍລະເດະ!! ຂ້ອຍກໍບໍ່ໄດ້ຄິດຫຍັງຫລາຍທຳອິດ (ແບບອົດທົນໄວ້ກ່ອນ 555+) ລະລາວກໍຖາມຂ້ອຍວ່າ “ID ຂອງໝູ່ເຈົ້າແມ່ນຫຍັງ?!”, ທຳອິດຂ້ອຍກໍ່ບໍ່ເຂົ້າໃຈ ລາວຖາມຫາ IP ບໍ່?! ຫລືຈັ່ງໃດ!! ຂ້ອຍກໍເລີຍຖາມແບບບໍ່ຮູ້ໄປວ່າ “ຢູ່ນຳຂ້ອຍມີແຕ່ PW ກັບ IP ທີ່ລາວບອກຫັນ ລະ ID ມັນແມ່ນຫຍັງ?!” ຂ້ອຍກໍຖາມລາວໄປຄືນ, ​ລາວພັດຕອບຂ້ອຍມາວ່າ “ກໍຍັງວ່າ ID ID” ແລ້ວລາວກໍວາງສາຍໃສ່ຂ້ອຍໄປເລີຍ.
ຂ້ອຍກໍ່ບໍ່ຄິດຫຍັງຫລາຍ ກໍ່ຄືຈະແມ່ນສາຍຫລຸດ ແຕ່ເມື່ອໂທໄປອີກລາວໄດ້ຍິນສຽງຂ້ອຍແລ້ວລາວກໍວາງເລີຍ ແລ້ວຂ້ອຍກໍ່ໂທໄປອີກ ແລ້ວກໍ່ບໍ່ມີຄົນຮັບ!!
ຂໍຖາມແນ່ ນີ້ແມ່ນການບໍລິການຫລັງການຂາຍຂອງເພິ່ນບໍ່ ທີ່ລູກຄ້າຕ້ອງຮູ້ໝົດທຸກຢ່າງ!!

ປ.ລ ຂ້ອຍຢາກຮູ້ວ່າ ID ຂອງເພິ່ນແມ່ນຫຍັງ ອະທິບາຍໃຫ້ຂ້ອຍແນ່ໄດ້ບໍ່ ໃຜທີ່ຮູ້ນະ!! ເພາະວ່າຕາມທີ່ເຄີຍໃຊ້ອິນເຕີເນັດມາ ຖ້າເນັດມີບັນຫາ ເພິ່ນຈະກວດ IP ຫຼືເບີໃຫ້ບໍ່ແມ່ນຫວາ?!!!

- ຄົນງາມ
Read full story »
11. Apr, 2011

9 Comments

Leave a comment
  1. admin
    11. Apr, 2011 at 2:27 pm #

    test

  2. Da3klest
    11. Apr, 2011 at 2:29 pm #

    ອ່າອັນນີ້ເຮົາກໍ່ເຄີຍຖືກຖາມຫາໄອດີ ໄຄແນ່ ຜູ້ບໍລິການນຳລະເວົ້າມ່ວນກະເລີຍເຂົ້າໃຈ ຖ້າ Unitel ID ແມ່ນມັນມີຂຽນໄວ້ໃນເຈ້ຍທີ່ມານຳຕອນສະໝັກໃຊ້ເນັດ ນ່ະ ຖ້າເຄືອຂ່າຍອື່ນລະຂໍບາຍ ເພາະບໍ່ຮູ້ ຫະຫະ ໂຊກດີ

  3. TINO
    11. Apr, 2011 at 6:36 pm #

    ຫຼືວ່າຊິເປັນເລກບັດປະຈຳຕົວເບະາ…?

  4. nixsona
    11. Apr, 2011 at 8:03 pm #

    Adobe InDesign ຕ່າງຫາກ

  5. haamlezz
    14. Apr, 2011 at 6:37 am #

    ຖາມມາໃຫ້ແລ້ວອັນໄອດີຫັ້ນ
    ໄອດີ = ເບີໂທ ຫຼື ເບີໂທ = ໄອດີ

  6. 0hGod
    16. Aug, 2011 at 12:39 am #

    Thar pen luk 2+3 leo use internet bea regester u web M… law pen ID ID user name

  7. 0hGod
    16. Aug, 2011 at 12:39 am #

    beab**

  8. krong
    30. Aug, 2011 at 11:45 pm #

    rhang…

  9. ESP
    04. Jan, 2012 at 10:54 am #

    ID ແມ່ນຊື່ ຫຼື ລະຫັດຂອງເຮົາທີ່ຂຽນໃສ່ແບບຟອມໃນເວລາທີ່ເຮົາສະມັກຂໍເປີດນຳໃຊ້ບໍລິການອິນເຕືເນັດໃນເຄື່ອຄາຍນັ້ນໆ.
    ເວົ້າແບບຫຍໍ້ໆເນາະ: ຈາກປະສົບການຕົວຈິງທີ່ຂ້າພະເຈົ້າເຄີຍຝຶກງານຢູ່ ບໍລິສັດ Planet ທີ່ໃຫ້ບໍລິການອິນເຕີເນັດ, ເວລາທີ່ລູກຄ້າມີບັນຫາເນັດໃຊ້ບໍໄດ້ແລ້ວໂທມາສອບຖາມ ເຮົາຈະຖາມ ID ເພື່ອມາຊອກຫາແລ້ວກວດເບິ່ງລະດັບສັນຍານວ່າມັນມີບັນຫາຢູ່ທີ່ Server ເຮົາ ຫຼື ເປັນຢູ່ທີ່ເຄື່ອງຮັບສັນຍານທີ່ຢູ່ບ້ານລູກຄ້າ.

Leave a Reply

*