1 0 Archive | Uncategorized RSS feed for this section
post icon

ສະມັກແພັກເກັດແລ້ວບໍ່ໄດ້ແພັກເກັດ

ຕົວຂ້ອຍເອງໃຊ້ເຄືອຂ່າຍຂອງລະບົບ 3+2=5 ມື້ນັ້ນຈະຫຼິ້ນອີນເຕີເນັດທາງມືຖື ກໍເລີຍສະມັກແພັກເກັດໄປ ຂ້ອຍໃຊ້ແພັກເກັດໂຕ 25,000 ພັນກີບ/2 ອາທິດ ຈະໄດ້ 200MB. ຫຼັງຈາກຂ້ອຍສະມັກແລ້ວ ກໍມີຂໍ້ຄວາມເຂົ້າມາວ່າຂ້ອຍສະມັກແພັກເກັດໄດ້ແລ້ວ ແລະກໍມີຂໍ້ຄວາມເຂົ້າມາອີກສະບັບນຶ່ງບອກວ່າຂ້ອຍໄດ້ຫຼີ້ນເນັດຟຮີ 7890MB ແຕ່ຂ້ອຍກວດເບີ່ງໃນໂທລະສັບກໍບໍ່ເຫັນວ່າຈະມີຟຣີຫຍັງເລີຍ.
ຕອນນັ້ນຂ້ອຍຕ້ອງການທີ່ຈະຫຼິ້ນເນັດຫຼາຍ ກໍເລີຍຄິດວ່າມັນໜ້າຈະບໍ່ມີບັນຫາຫຍັງ ເພາະວ່າຂ້ອຍສະມັກແພັກເກັດແລ້ວແຕ່ຍັງບໍ່ທັນເຂົ້າຊື່ໆ ຖ້າຂ້ອຍຫຼິ້ນເນັດຕ່ອນນີ້ກະຄືຊິບໍ່ເສຍເງິນຫຍັງ ຂ້ອຍກໍເລີ່ມຫຼີ້ນເລີຍ… ແລ້ວມັນໄປຕັດຄ່າໂທຂອງຂ້ອຍ… ເອົ້າ! ແມ່ນຫຍັງລະເປັນຈັງຊີ ເປັນບ້າແລ້ວບໍ? ຂ້ອຍກະເລີຍໂທເຂົ້າຫາສູນເພື່ອທີ່ຈະຖາມ…
ໂທແລ້ວໂທອີກກໍບໍ່ພາກັນມາຮັບຈັກເທື່ອ ເປັນແບບນີ້ປະຈຳຂອງລະບົບນີ້  ແຕ່ຂ້ອຍກໍພະຍາຍາມໂທຈົນຕິດ! (ພີ່ນ້ອງເອີຍ! ຕັ້ງໂພດຕັ້ງເຫຼືອ ພາກັນໄປທາງໃດ ສົງໃສຈະຂີ້ຄ້ານຮັບໂທລະສັບແລ້ວເນາະ ວ່າບໍ່?) ຫຼັງຈາກພະນັກງານຮັບໂທລະສັບແລ້ວ (ເປັນຜູ້ຍິງຮັບ):
ພະນັກງານ: ເຈົ້າສະບາຍດີ (ລາວບອກຊື່ຂອງລາວ) ຮັບສາຍ
ຂ້ອຍ: ເຈົ້າສະບາຍດີ ຢາກຈະຖາມວ່າ ນ້ອງສະມັກແພັກເກັດແລ້ວເປັນຫຍັງຍັງບໍ່ໄດ້ປານນີ້? ແລ້ວເວລານ້ອງຫຼີ້ນເນັດມັນກໍຕັດຄ່າໂທນ້ອງພ້ອມເອື້ອຍ
ພະນັກງານ: ນ້ອງສະມັກແພັກເກັດຫຍັງລະ?
ຂ້ອຍ: ໂຕ 25,000 ພັນກີບເອື້ອຍ
ພະນັກງານ: ນ້ອງຖືສາຍຖ້າບຶດນຶ່ງເດີ ດຽວຈະກວດສອບໃຫ້  (ຂ້ອຍຖ້າດົນເຕີບມິດຈີ່ລີ່ຢູ່ ບາດພະນັກງານຮັບສາຍເຂົ້າມາອາໂຫຼ ຂ້ອຍຈົນຕົກໃຈເດີພີ່ນ້ອງ)
ແລ້ວພະນັກງານຄົນນີ້ເວົ້າວ່າ:
ພະນັກງານ: ຖ້າບຶດນຶ່ງເດີ (ເບິ່ງແມ້…. ຍັງຊິໃຫ້ຂ້ອຍຖ້າອີກ ໂພດຫຼາຍສູນບໍລິການນິ ເຮັດຄືຂ້ອຍບໍ່ມີວຽກບໍ່ມີງານນິ ຢາກໃຫ້ຖ້າທໍ່ໃດກະໃຫ້ຖ້າ ບໍ່ໄດ້ເລື່ອງເລີຍ) ພະນັກງານຝອຍຕໍ່…
ພະນັກງານ: ດຽວຈັກນ້ອຍຈະມີທີມງານເຮົາໂທໄປຫານ້ອງເດີ ຂອບໃຈທີ່ໃຊ້ບໍລິການ ແລ້ວກໍວາງສາຍໄປເລີຍ…
ຂ້ອຍກໍນັງຖ້າດົນເຕີບກະຍັງບໍ່ໂທມາ ຂ້ອຍລະເມືອຍນຳບາດ ກິນເງີນຄ່າໃຊ້ບໍລິການລະກິນໄວໆ ຫຼັງຈາກນັ້ນກໍມີພະນັກງານຊາຍໂທເຂົ້າມາ
ພະນັກງານຊາຍ: ເຈົ້າສະບາຍດີໂທມາຈາກ… ເດີ! ນ້ອງມີບັນຫາຂອງແພັກເກັດບໍ?
ຂ້ອຍ: ເຈົ້າ ແມ່ນແລ້ວ…
ພະນັກງານຊາຍ: ອ້າຍຢາກໃຫ້ນ້ອງຫຼີ້ນເນັດຕອນນີ້ເລີຍເດີດຽວອ້າຍຊີກວດເບີ່ງໃຫ້
ຂ້ອຍ: ຖ້ານ້ອງຫຼີ້ນມັນກໍຕັດເງີນຄ່າໂທນ້ອງເລີຍໄດອ້າຍ
ພະນັກງານຊາຍ: ບໍ່ເປັນຫຍັງນ້ອງຫຼິ້ນໂລດອ້າຍຊິເບິ່ງດຽວນີ້ເດີ… (ແລ້ວກໍວ່າງສາຍບັກໄວໆໆໆເລີຍ ເປັນຕາຫນ່າຍຫຼາຍເດີ)
ຫຼັງຈາກນັ້ນຂ້ອຍກໍຫຼິ້ນເນັດຈົນເງິນເກືອບໝົດ ແລ້ວຂ້ອຍກໍໂທໄປຫາສູນອີກ ຄົນເກົ່າຮັບສາຍອິກ ຂ້ອຍກໍຖາມລາວວ່າ:
ຂ້ອຍ: ເອົ້າ! ເອື້ອຍ ເງີນກໍຊິໝົດແລ້ວ ແພັກເກັດກະຍັງບໍ່ໄດ້ປານນີ້ ມັນເປັນຫຍັງເອື້ອຍ?
ພະນັກງານຍີງ: ນ້ອງໄດ້ຫຼິ້ນໝົດລະເດ້ (ພັດວ່າຊັ້ນ!)
ຂ້ອຍ: ເອົ້າ! ແນວອ້າຍທີມງານຄົນນັ້ນບອກໃຫ້ນ້ອງຫຼິ້ນໄປໂລດເດ (ຊ່າງພາກັນເຮັດເນາະ)
ພະນັກງານຍິງ: ເອົ້າ ແນວນ້ອງລະຫາກຫຼິ້ນບໍ່ຢຸດເອງ ມັນກະໝົດຫັ້ນແຫລະ
ຂ້ອຍ: ແລ້ວແພັກເກັດນ້ອງຄືບໍ່ໄດ້ຊັ້ນນະ? ເງິນກະເສຍອີກ
ພະນັກງານຍິງ: ມັນໄດ້ແລ້ວນ້ອງ ແຕ່ຫາກນ້ອງຫຼິ້ນໝົດເອງນະ ເບີນ້ອງກໍບໍ່ມີບັນຫາຫຍັງ
ຂ້ອຍ: ແລ້ວໂຕທີ່ບອກວ່າໃຫ້ນ້ອງຫຼິ້ນຟຣີມັນຄືບໍ່ມີຊັ້ນນະ?
ພະນັກງານຍິງ: ບໍ່ນ່າ! ບໍ່ມີໃຫ້ຫຼີນຟຣີໃດນ້ອງ
ຂ້ອຍ: ບໍ່ມີຈັງໃດ ສູນສົງຂໍ້ຄວາມມາວ່າຫຼິ້ນຟຣີ 7890MBເດ້ ສົ່ງມາເຮັດຫຍັງຊັ້ນນະ?
ພະນັກງານຍິງ: ບໍ່ມີເດີນ້ອງມັນບໍ່ມີ… ເຂົ້າໃຈບໍ່ວ່ານ້ອງຫາກຫຼິ້ນບໍ່ຢຸດເອງ
ພະນັກງານຖຽງກັບລູກຄ້າ ເປັນຕາອາຍຂະໜາດສູນບໍລິການລະບົບນີ້ ເວົ້າຄືວ່າລະບົບເພິ່ນຈະບໍ່ມີບັນຫາຫຍັງຈັກຢ່າງນິແຫລະ ຈົນຂ້ອຍຕ້ອງຍອມແພ້ເລີຍແລ້ວກະຂໍວາງສາຍໄປ
- ແພັກເກັດ
Read full story »
13. May, 2011
post icon

ID ແມ່ນຫຍັງ!!!?

ເນັດຂອງຫມູ່ຂ້ອຍລາວມັກຫຼຸດ ລາວຈຶ່ງໄດ້ໂທໄປຫາສູນບໍລິການເພື່ອຢາກຖາມເຖິງບັນຫາ ແຕ່ເມື່ອໂທໄປແລ້ວ ປາກົດວ່າບໍ່ມີພະນັກງານຮັບສາຍ (2-3 ມື້ກ່ອນໜ້ານີ້) ມື້ນີ້ລາວຈຶ່ງໄດ້ມາປຶກສາຂ້ອຍ ຂ້ອຍກໍເລີຍອາສາຊິລອງໂທໃຫ້ເບິ່ງ!!

ເມື່ອໂທໄປແລ້ວ ພະນັກງານຮັບສາຍເປັນຜູ້ຊາຍ ເວົ້າກັບລູກຄ້າກໍບໍ່ມ່ວນຕັ້ງແຕ່ຮັບສາຍລະເດະ!! ຂ້ອຍກໍບໍ່ໄດ້ຄິດຫຍັງຫລາຍທຳອິດ (ແບບອົດທົນໄວ້ກ່ອນ 555+) ລະລາວກໍຖາມຂ້ອຍວ່າ “ID ຂອງໝູ່ເຈົ້າແມ່ນຫຍັງ?!”, ທຳອິດຂ້ອຍກໍ່ບໍ່ເຂົ້າໃຈ ລາວຖາມຫາ IP ບໍ່?! ຫລືຈັ່ງໃດ!! ຂ້ອຍກໍເລີຍຖາມແບບບໍ່ຮູ້ໄປວ່າ “ຢູ່ນຳຂ້ອຍມີແຕ່ PW ກັບ IP ທີ່ລາວບອກຫັນ ລະ ID ມັນແມ່ນຫຍັງ?!” ຂ້ອຍກໍຖາມລາວໄປຄືນ, ​ລາວພັດຕອບຂ້ອຍມາວ່າ “ກໍຍັງວ່າ ID ID” ແລ້ວລາວກໍວາງສາຍໃສ່ຂ້ອຍໄປເລີຍ.
ຂ້ອຍກໍ່ບໍ່ຄິດຫຍັງຫລາຍ ກໍ່ຄືຈະແມ່ນສາຍຫລຸດ ແຕ່ເມື່ອໂທໄປອີກລາວໄດ້ຍິນສຽງຂ້ອຍແລ້ວລາວກໍວາງເລີຍ ແລ້ວຂ້ອຍກໍ່ໂທໄປອີກ ແລ້ວກໍ່ບໍ່ມີຄົນຮັບ!!
ຂໍຖາມແນ່ ນີ້ແມ່ນການບໍລິການຫລັງການຂາຍຂອງເພິ່ນບໍ່ ທີ່ລູກຄ້າຕ້ອງຮູ້ໝົດທຸກຢ່າງ!!

ປ.ລ ຂ້ອຍຢາກຮູ້ວ່າ ID ຂອງເພິ່ນແມ່ນຫຍັງ ອະທິບາຍໃຫ້ຂ້ອຍແນ່ໄດ້ບໍ່ ໃຜທີ່ຮູ້ນະ!! ເພາະວ່າຕາມທີ່ເຄີຍໃຊ້ອິນເຕີເນັດມາ ຖ້າເນັດມີບັນຫາ ເພິ່ນຈະກວດ IP ຫຼືເບີໃຫ້ບໍ່ແມ່ນຫວາ?!!!

- ຄົນງາມ
Read full story »
11. Apr, 2011
post icon

ສະໝັກໄດ້ສະເພາະວັນຈັນ

ເລື່ອງມັນມີຢູ່ວ່າຢາກລອງສະໝັກແພັກເກັດ 3G ລາຍອາທິດຂອງເຄືອຂ່າຍທີ່ເປັນຊື່ເປັນໂຕ U ຂຶ້ນໜ້າ

ກ່ອນສະໝັກກໍເຕີມເງິນໄປ 70 ພັນກີບ ແລ້ວກໍຈັດການສະໝັກແພັກເກັດ ຫຼັງຈາກເຮັດຕາມຂັ້ນຕອນຈົນຈົບ ເວລາກວດເບິ່ງຈຳນວນນຳໃຊ້ ໂອ້… ພະເຈົ້າ ມັນຄືໄດ້ແຕ່ 1.5GB (ແລ້ວທີ່ມັນໂຄສະນາວ່າແພັກເກັດເປັນອາທິດໄດ້ 2.5GB …ເພື່ອ?? ) ແຖມເງິນຍັງເຫຼືອໃນບັນຊີຕັ້ງ 30 ພັນກີບ ກໍລີຍໂທເຂົ້າໄປ 109
ເນື້ອໃນການສົນທະນາມີຢູ່ວ່າ:
T: ເອີ່…ຂໍຖາມແດ່ເນາະວ່າແພັກເກັດສາມຈີລາຍອາທິດນິ ເວລາສະໝັກແລ້ວໄດ້ຈຳນວນນຳໃຊ້ເທົ່າໃດ?
C: ດຽວນ້ອງເບິ່ງໃຫ້ ຖືສາຍຖ້າບຶດນຶ່ງກ່ອນເນາະອ້າຍ
ເວລາຜ່ານໄປພຽງອຶດໃຈດຽວ (ແຕ່ມັນກະດົນໜ້ອຍນຶ່ງ)…
C: ແພັກເກັດສາມຈີລາຍອາທິດແມ່ນໄດ້ໃຊ້ຟຣີ 2.5GB ເນາະອ້າຍ
T: ອ້າວແມ່ນຫວາ ຂ້ອຍສະໝັກຄືວ່າໄດ້ແຕ່ 1.5GB ແຖມເງິນຍັງເຫຼືອຢູ່ໃນບັນຊີອີກ 30ພັນ
C: ອ້າຍສະໝັກມື້ໃດນະອ້າຍ?
T: ສະໝັກປະມານວັນພະຫັດນິລະຖ້າຈື່ບໍ່ຜິດ
C: ເບີສາມຈີອ້າຍເບີຫຍັງເນາະດຽວນ້ອງຊິກວດເບິ່ງໃຫ້
T: 9xxxxxxx
C: ອ້າຍສະໝັກວັນພະຫັດເນາະ
T: ອືມ.. ແຕ່ວ່າມັນຄືໄດ້ແຕ່ 1.5ກິກຊັ້ນນະ
C: ຖືສາຍຖ້າບຶດນຶ່ງເນາະອ້າຍ
(ແລະເພິ່ນກໍອອກໄປລົມກັນທາງຫຼັງແຕ່ແຮງເຕີບຈົນໄດ້ຍິນ ແລ້ວກໍກັບມາຕອບ)
C: ຄືວ່າອ້າຍສະໝັກກາງອາທິດລະບົບກໍເລີຍໃຫ້ໄດ້ແຕ່ 1.5GB ບໍ່ແມ່ນວ່າສະໝັກມື້ໃດກໍໄດ້ພາຍໃນ 1 ອາທິດແລ້ວຈະໄດ້ເຕັມຕາມຈຳນວນ ອ້າຍຕ້ອງສະໝັກວັນຈັນຂອງອາທິດນັ້ນໆຈິ່ງໄດ້ເຕັມຈຳນວນເນາະອ້າຍ
*(o.O ອຶ້ງກັບຄຳຕອບຫຼາຍເຕີບ)ແລ້ວກໍວ່າຄືນໄປ
T: ເອີ່…ຄືບໍ່ເຫັນໃຜບອກຂ້ອຍເລື່ອງນີ້ແດ່ຊັ້ນນະ ເລື່ອງຕ້ອງສະໝັກວັນຈັນຈິ່ງໄດ້ເຕັມຈຳນວນ
C: ພວກຢູ່ເຄົາເຕີ້ບໍ່ໄດ້ບອກອ້າຍຫວາ?
T: ບໍ່ມີໃຜບອກຂ້ອຍເລີຍຈັກຄົນ ຂ້ອຍໄປຊື້ກໍມີແຕ່ເອົາເບີໃຫ້ແລ້ວກໍພາກັນມິດ, ມັນບໍ່ແມ່ນແຕ່ເທົ່ານັ້ນເນາະ ແພັກເກັດອື່ນກໍເປັນຄືກັນ ຂ້ອຍສະໝັກໂຕລາຍເດືອນສອງແສນກີບກໍໄດ້ບໍ່ຄົບຄືກັນ (ກໍເລີຍສວນກັບໄປ) ຂໍແນະນຳແດ່ຈັກໜ່ອຍເນາະ ຖ້າວ່າບໍ່ບອກລູກຄ້າແບບນີ້ ເວລາລູກຄ້າຄົນອື່ນສະໝັກແລ້ວໄດ້ບໍ່ເຕັມ ເຂົາເຈົ້າກໍຊິຖາມວ່າ ແລ້ວເປັນຫຍັງທີ່ໂຄສະນາໄປວ່າໄດ້ເທົ່ານັ້ນເທົ່ານີ້ ບາດສະໝັກໄປແລ້ວບໍ່ໄດ້ຕາທີ່ໂຄສະນາ ຖ້າພະນັກງານບໍ່ບອກແລ້ວໃຜຈະຮູ້ວ່າຕ້ອງສະໝັກທຸກໆວັນຈັນຂອງແຕ່ລະອາທິດ ຫຼືວ່າ ຕ້ອງສະໝັກທຸກໆຕົ້ນເດືອນ ຈິ່ງໄດ້ເຕັມຈຳນວນ ອັນນີ້ຂໍໃຫ້ກັບໄປລວມກັນໃໝ່ເລື່ອງນີ້ແດ່ເນາະ
C: ເຈົ້າໆ ຂອບໃຈຫຼາຍໆເດີອ້າຍ
- T.A.M
Read full story »
14. Jan, 2011
post icon

ເນັດ Unlimited ມັນມີ Limit

131: ລະບຽບທີ່ເຮົາຈະອອກມາໃໝ່ນີ້ຄືວ່າ ເປັນ home user ຄວາມໝາຍຄືໃຊ້ສົ່ງເມລຮັບເມລແມ່ນຫຍັງປົກກະຕິ ແລ້ວກໍດາວໂຫລດພໍປະມານ ອັນນີ້ຖ້າເຈົ້າໃຊ້ລະດັບເຖິງຂັ້ນດາວໂຫລດໜັງ ພວກເຮົາກໍມີການບີບ bandwidth ໄວ້ ເຊິ່ງພວກເຮົາຈະໃຊ້ໃນປະລິມານທີ່ພໍເໝາະ

me: ຄັນວ່າໃຫ້ໃຊ້ໃນປະລິມານທີ່ພໍເໝາະ …. (ເວົ້າບໍ່ທັນສຸດພະນັກງານ 131 ຕັດຄວາມ)

131: ລອງເບິ່ງວ່າໃນລະດັບ 2mbps ຄັນຖ້າ unlimited ໂດຍບໍ່ມີການບັງຄັບຫຍັງໄວ້ເລີຍນີ້ ແນ່ນອນວ່າທຸກຄົນຈະບໍ່ມີໃຜໃຊ້ລະບົບໂຕອື່ນ ທຸກຄົນໃຜກໍຊິມາ HSPA ຢູ່ແລ້ວ ສະນັ້ນໃນການໃຊ້ HSPA ມັນເປັນ home user ເຮົາຕ້ອງມີການ limit ໃນຂໍ້ກຳນົດທີ່ແນ່ນອນຂອງເຮົາຢູ່ ແຕ່ວ່າເຮົາບອກວ່າ unlimited ຂອງເຮົາທີ່ເວົ້ານີ້ ຄວາມໝາຍຄືໃນພໍທີ່ປະມານ ບໍ່ແມ່ນເຖິງຂັ້ນທີ່ເອົາເຖິງຂັ້ນທີ່ວ່າທຸກຄົນເຮັດໄດ້ຊ່ຳນັ້ນແທ້ໆ

me: ແລ້ວຄຳວ່າ unlimited ນີ້ພາສາລາວແປວ່າຫຍັງ?

131: ບໍ່ຈຳກັດ

me: ບໍ່ຈຳກັດ ແລ້ວບາດນີ້ມີພໍປະມານອີກ ແລ້ວຕົກລົງວ່າອັນຄຳວ່າ “ບໍ່ຈຳກັດ” ກັບຄຳວ່າ “ພໍປະມານ” ນີ້ມັນອັນດຽວກັນຫວາ?

131: ບໍ່ຈຳກັດໃນລະດັບໃນການໃຊ້ງານປົກກະຕິ ແຕ່ອັນນີ້ຖ້າເຈົ້າເອົາໄປໃຊ້ເຖິງຂັ້ນລະດັບນີ້ ມັນກໍຜິດປົກກະຕິພວກເຮົາກໍມີການບີບ ພວກເຮົາຕັ້ງໂປຣແກຣມໄວ້ວ່າ ທຸກຄົນທີ່ໃຊ້ງານເຂົ້າໄປເຮົາຈະໃຫ້ໃຊ້ງານເຖິງລະດັບນີ້ກໍພໍເນາະ ເຈົ້າໃຊ້ເກີນມັນກໍຕັດ ມັນກໍຖືກຕ້ອງແລ້ວ

(to be continued)

- BN

Read full story »
06. Apr, 2010