1 0 Tag Archives: 5
post icon

ສະມັກແພັກເກັດແລ້ວບໍ່ໄດ້ແພັກເກັດ

ຕົວຂ້ອຍເອງໃຊ້ເຄືອຂ່າຍຂອງລະບົບ 3+2=5 ມື້ນັ້ນຈະຫຼິ້ນອີນເຕີເນັດທາງມືຖື ກໍເລີຍສະມັກແພັກເກັດໄປ ຂ້ອຍໃຊ້ແພັກເກັດໂຕ 25,000 ພັນກີບ/2 ອາທິດ ຈະໄດ້ 200MB. ຫຼັງຈາກຂ້ອຍສະມັກແລ້ວ ກໍມີຂໍ້ຄວາມເຂົ້າມາວ່າຂ້ອຍສະມັກແພັກເກັດໄດ້ແລ້ວ ແລະກໍມີຂໍ້ຄວາມເຂົ້າມາອີກສະບັບນຶ່ງບອກວ່າຂ້ອຍໄດ້ຫຼີ້ນເນັດຟຮີ 7890MB ແຕ່ຂ້ອຍກວດເບີ່ງໃນໂທລະສັບກໍບໍ່ເຫັນວ່າຈະມີຟຣີຫຍັງເລີຍ.
ຕອນນັ້ນຂ້ອຍຕ້ອງການທີ່ຈະຫຼິ້ນເນັດຫຼາຍ ກໍເລີຍຄິດວ່າມັນໜ້າຈະບໍ່ມີບັນຫາຫຍັງ ເພາະວ່າຂ້ອຍສະມັກແພັກເກັດແລ້ວແຕ່ຍັງບໍ່ທັນເຂົ້າຊື່ໆ ຖ້າຂ້ອຍຫຼິ້ນເນັດຕ່ອນນີ້ກະຄືຊິບໍ່ເສຍເງິນຫຍັງ ຂ້ອຍກໍເລີ່ມຫຼີ້ນເລີຍ… ແລ້ວມັນໄປຕັດຄ່າໂທຂອງຂ້ອຍ… ເອົ້າ! ແມ່ນຫຍັງລະເປັນຈັງຊີ ເປັນບ້າແລ້ວບໍ? ຂ້ອຍກະເລີຍໂທເຂົ້າຫາສູນເພື່ອທີ່ຈະຖາມ…
ໂທແລ້ວໂທອີກກໍບໍ່ພາກັນມາຮັບຈັກເທື່ອ ເປັນແບບນີ້ປະຈຳຂອງລະບົບນີ້  ແຕ່ຂ້ອຍກໍພະຍາຍາມໂທຈົນຕິດ! (ພີ່ນ້ອງເອີຍ! ຕັ້ງໂພດຕັ້ງເຫຼືອ ພາກັນໄປທາງໃດ ສົງໃສຈະຂີ້ຄ້ານຮັບໂທລະສັບແລ້ວເນາະ ວ່າບໍ່?) ຫຼັງຈາກພະນັກງານຮັບໂທລະສັບແລ້ວ (ເປັນຜູ້ຍິງຮັບ):
ພະນັກງານ: ເຈົ້າສະບາຍດີ (ລາວບອກຊື່ຂອງລາວ) ຮັບສາຍ
ຂ້ອຍ: ເຈົ້າສະບາຍດີ ຢາກຈະຖາມວ່າ ນ້ອງສະມັກແພັກເກັດແລ້ວເປັນຫຍັງຍັງບໍ່ໄດ້ປານນີ້? ແລ້ວເວລານ້ອງຫຼີ້ນເນັດມັນກໍຕັດຄ່າໂທນ້ອງພ້ອມເອື້ອຍ
ພະນັກງານ: ນ້ອງສະມັກແພັກເກັດຫຍັງລະ?
ຂ້ອຍ: ໂຕ 25,000 ພັນກີບເອື້ອຍ
ພະນັກງານ: ນ້ອງຖືສາຍຖ້າບຶດນຶ່ງເດີ ດຽວຈະກວດສອບໃຫ້  (ຂ້ອຍຖ້າດົນເຕີບມິດຈີ່ລີ່ຢູ່ ບາດພະນັກງານຮັບສາຍເຂົ້າມາອາໂຫຼ ຂ້ອຍຈົນຕົກໃຈເດີພີ່ນ້ອງ)
ແລ້ວພະນັກງານຄົນນີ້ເວົ້າວ່າ:
ພະນັກງານ: ຖ້າບຶດນຶ່ງເດີ (ເບິ່ງແມ້…. ຍັງຊິໃຫ້ຂ້ອຍຖ້າອີກ ໂພດຫຼາຍສູນບໍລິການນິ ເຮັດຄືຂ້ອຍບໍ່ມີວຽກບໍ່ມີງານນິ ຢາກໃຫ້ຖ້າທໍ່ໃດກະໃຫ້ຖ້າ ບໍ່ໄດ້ເລື່ອງເລີຍ) ພະນັກງານຝອຍຕໍ່…
ພະນັກງານ: ດຽວຈັກນ້ອຍຈະມີທີມງານເຮົາໂທໄປຫານ້ອງເດີ ຂອບໃຈທີ່ໃຊ້ບໍລິການ ແລ້ວກໍວາງສາຍໄປເລີຍ…
ຂ້ອຍກໍນັງຖ້າດົນເຕີບກະຍັງບໍ່ໂທມາ ຂ້ອຍລະເມືອຍນຳບາດ ກິນເງີນຄ່າໃຊ້ບໍລິການລະກິນໄວໆ ຫຼັງຈາກນັ້ນກໍມີພະນັກງານຊາຍໂທເຂົ້າມາ
ພະນັກງານຊາຍ: ເຈົ້າສະບາຍດີໂທມາຈາກ… ເດີ! ນ້ອງມີບັນຫາຂອງແພັກເກັດບໍ?
ຂ້ອຍ: ເຈົ້າ ແມ່ນແລ້ວ…
ພະນັກງານຊາຍ: ອ້າຍຢາກໃຫ້ນ້ອງຫຼີ້ນເນັດຕອນນີ້ເລີຍເດີດຽວອ້າຍຊີກວດເບີ່ງໃຫ້
ຂ້ອຍ: ຖ້ານ້ອງຫຼີ້ນມັນກໍຕັດເງີນຄ່າໂທນ້ອງເລີຍໄດອ້າຍ
ພະນັກງານຊາຍ: ບໍ່ເປັນຫຍັງນ້ອງຫຼິ້ນໂລດອ້າຍຊິເບິ່ງດຽວນີ້ເດີ… (ແລ້ວກໍວ່າງສາຍບັກໄວໆໆໆເລີຍ ເປັນຕາຫນ່າຍຫຼາຍເດີ)
ຫຼັງຈາກນັ້ນຂ້ອຍກໍຫຼິ້ນເນັດຈົນເງິນເກືອບໝົດ ແລ້ວຂ້ອຍກໍໂທໄປຫາສູນອີກ ຄົນເກົ່າຮັບສາຍອິກ ຂ້ອຍກໍຖາມລາວວ່າ:
ຂ້ອຍ: ເອົ້າ! ເອື້ອຍ ເງີນກໍຊິໝົດແລ້ວ ແພັກເກັດກະຍັງບໍ່ໄດ້ປານນີ້ ມັນເປັນຫຍັງເອື້ອຍ?
ພະນັກງານຍີງ: ນ້ອງໄດ້ຫຼິ້ນໝົດລະເດ້ (ພັດວ່າຊັ້ນ!)
ຂ້ອຍ: ເອົ້າ! ແນວອ້າຍທີມງານຄົນນັ້ນບອກໃຫ້ນ້ອງຫຼິ້ນໄປໂລດເດ (ຊ່າງພາກັນເຮັດເນາະ)
ພະນັກງານຍິງ: ເອົ້າ ແນວນ້ອງລະຫາກຫຼິ້ນບໍ່ຢຸດເອງ ມັນກະໝົດຫັ້ນແຫລະ
ຂ້ອຍ: ແລ້ວແພັກເກັດນ້ອງຄືບໍ່ໄດ້ຊັ້ນນະ? ເງິນກະເສຍອີກ
ພະນັກງານຍິງ: ມັນໄດ້ແລ້ວນ້ອງ ແຕ່ຫາກນ້ອງຫຼິ້ນໝົດເອງນະ ເບີນ້ອງກໍບໍ່ມີບັນຫາຫຍັງ
ຂ້ອຍ: ແລ້ວໂຕທີ່ບອກວ່າໃຫ້ນ້ອງຫຼິ້ນຟຣີມັນຄືບໍ່ມີຊັ້ນນະ?
ພະນັກງານຍິງ: ບໍ່ນ່າ! ບໍ່ມີໃຫ້ຫຼີນຟຣີໃດນ້ອງ
ຂ້ອຍ: ບໍ່ມີຈັງໃດ ສູນສົງຂໍ້ຄວາມມາວ່າຫຼິ້ນຟຣີ 7890MBເດ້ ສົ່ງມາເຮັດຫຍັງຊັ້ນນະ?
ພະນັກງານຍິງ: ບໍ່ມີເດີນ້ອງມັນບໍ່ມີ… ເຂົ້າໃຈບໍ່ວ່ານ້ອງຫາກຫຼິ້ນບໍ່ຢຸດເອງ
ພະນັກງານຖຽງກັບລູກຄ້າ ເປັນຕາອາຍຂະໜາດສູນບໍລິການລະບົບນີ້ ເວົ້າຄືວ່າລະບົບເພິ່ນຈະບໍ່ມີບັນຫາຫຍັງຈັກຢ່າງນິແຫລະ ຈົນຂ້ອຍຕ້ອງຍອມແພ້ເລີຍແລ້ວກະຂໍວາງສາຍໄປ
- ແພັກເກັດ
Read full story »
13. May, 2011