ເນັດຂອງຫມູ່ຂ້ອຍລາວມັກຫຼຸດ ລາວຈຶ່ງໄດ້ໂທໄປຫາສູນບໍລິການເພື່ອຢາກຖາມເຖິງບັນຫາ ແຕ່ເມື່ອໂທໄປແລ້ວ ປາກົດວ່າບໍ່ມີພະນັກງານຮັບສາຍ (2-3 ມື້ກ່ອນໜ້ານີ້) ມື້ນີ້ລາວຈຶ່ງໄດ້ມາປຶກສາຂ້ອຍ ຂ້ອຍກໍເລີຍອາສາຊິລອງໂທໃຫ້ເບິ່ງ!!
ເມື່ອໂທໄປແລ້ວ ພະນັກງານຮັບສາຍເປັນຜູ້ຊາຍ ເວົ້າກັບລູກຄ້າກໍບໍ່ມ່ວນຕັ້ງແຕ່ຮັບສາຍລະເດະ!! ຂ້ອຍກໍບໍ່ໄດ້ຄິດຫຍັງຫລາຍທຳອິດ (ແບບອົດທົນໄວ້ກ່ອນ 555+) ລະລາວກໍຖາມຂ້ອຍວ່າ “ID ຂອງໝູ່ເຈົ້າແມ່ນຫຍັງ?!”, ທຳອິດຂ້ອຍກໍ່ບໍ່ເຂົ້າໃຈ ລາວຖາມຫາ IP ບໍ່?! ຫລືຈັ່ງໃດ!! ຂ້ອຍກໍເລີຍຖາມແບບບໍ່ຮູ້ໄປວ່າ “ຢູ່ນຳຂ້ອຍມີແຕ່ PW ກັບ IP ທີ່ລາວບອກຫັນ ລະ ID ມັນແມ່ນຫຍັງ?!” ຂ້ອຍກໍຖາມລາວໄປຄືນ, ລາວພັດຕອບຂ້ອຍມາວ່າ “ກໍຍັງວ່າ ID ID” ແລ້ວລາວກໍວາງສາຍໃສ່ຂ້ອຍໄປເລີຍ.
ຂ້ອຍກໍ່ບໍ່ຄິດຫຍັງຫລາຍ ກໍ່ຄືຈະແມ່ນສາຍຫລຸດ ແຕ່ເມື່ອໂທໄປອີກລາວໄດ້ຍິນສຽງຂ້ອຍແລ້ວລາວກໍວາງເລີຍ ແລ້ວຂ້ອຍກໍ່ໂທໄປອີກ ແລ້ວກໍ່ບໍ່ມີຄົນຮັບ!!
ຂໍຖາມແນ່ ນີ້ແມ່ນການບໍລິການຫລັງການຂາຍຂອງເພິ່ນບໍ່ ທີ່ລູກຄ້າຕ້ອງຮູ້ໝົດທຸກຢ່າງ!!
ປ.ລ ຂ້ອຍຢາກຮູ້ວ່າ ID ຂອງເພິ່ນແມ່ນຫຍັງ ອະທິບາຍໃຫ້ຂ້ອຍແນ່ໄດ້ບໍ່ ໃຜທີ່ຮູ້ນະ!! ເພາະວ່າຕາມທີ່ເຄີຍໃຊ້ອິນເຕີເນັດມາ ຖ້າເນັດມີບັນຫາ ເພິ່ນຈະກວດ IP ຫຼືເບີໃຫ້ບໍ່ແມ່ນຫວາ?!!!
- ຄົນງາມ






















COM. All Rights Reserved.
Recent Comments